ທ່ານ ນາງ ຊີວ-ແລັງ ຊູອອກ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດຝຣັ່ງ ປະຈຳ ສປປ ລາວ
ຊີວ-ແລັງ ຊູອອກ
ຈົບປະລິນຍາຕີສາຂາພາສາຕ່າງປະເທດ (ອັງກິດ, ຈີນ)
ຈົບປະລິນຍາໂທລົງເລິກສະເພາະດ້ານ (ກ່ຽວກັບຕາເວັນອອກໄກ ແລະ ອາຊີ ປາຊີຟິກ)
ຈົບການສຶກສາພາສາຈີນຢູ່ສະຖາບັນພາສາ ແລະ ອະລິຍະທຳຕາເວັນອອກ
ຈົບການສຶກສາດ້ານພາສາ ແລະ ອະລິຍະທຳ ຢູ່ມະຫາວິທະຍາໄລ Paris III Sorbonne Nouvelle
ທີ່ປຶກສາດ້ານການຕ່າງປະເທດ (ຕາເວັນອອກ)
ປະຫວັດໜ້າທີ່ຕຳແໜ່ງ
- ເຮັດວຽກຢູ່ກົມບໍລິຫານ (ຫ້ອງການ MODAE), ກະຊວງການຕ່າງປະເທດ, 1995-1997
- ບັນນາທິການປະຈຳຫ້ອງວ່າການລັດຖະມົນຕີກະຊວງການຕ່າງປະເທດ, 1997-2001
- ບັນນາທິການປະຈຳຄະນະບໍລິຫານວຽກງານສະຫະປະຊາຊາດແລະອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, 2001-2004
- ເລຂາຜູ້ທີສອງຢູ່ສະຖານທູດຝຣັ່ງ ປະຈຳ ປັກກິ່ງ, 2004-2007
- ທີ່ປຶກສາດ້ານວິຊາການຂອງຮອງລັດຖະມົນຕີຜູ້ຮັບຜິດຊອບວຽກງານການຕ່າງປະເທດ ແລະ ສິດທິມະນຸດ, 2007-2009
- ຫົວໜ້າຫ້ອງການຮອງລັດຖະມົນຕີຜູ້ຮັບຜິດຊອບວຽກງານກິລາ, ກະຊວງກິລາ, 2009-2010
- ທີ່ປຶກສາວຽກງານພາກພື້ນອາຊີ, ປາຊີຟິກ ແລະ ອາເມຣິກາ ປະຈຳ ຫ້ອງວ່າການລັດຖະມົນຕີກະຊວງການຕ່າງປະເທດ, 2010-2011
- ຮອງຫົວໜ້າວຽກງານດ້ານໂລຈີສຕິກ ແລະ ການແປພາສາ (ວຽກງານພິທີການ), ກະຊວງການຕ່າງປະເທດ, 2011-2013
- ເຈົ້າໜ້າທີ່ດ້ານນະໂຍບາຍຢູ່ກົມອາຊີ ແລະ ໂອເຊອານີ, ຮັບຜິດຊອບເອກະສານກ່ຽວກັບການຮ່ວມມື ແລະ ການພັດທະນາ, ກະຊວງການຕ່າງປະເທດ, 2013-2017
- ກົງສຸນໃຫຍ່ ປະຈຳ ກວາງໂຈວ, 2017-2021
- ເອກອັກຄະລັດຖະທູດຝຣັ່ງ ປະຈຳ ສປປ ລາວ ນັບແຕ່ເດືອນກັນຍາ 2021 ຈົນເຖິງປະຈຸບັນ
ຫຼຽນກຽດຕິຍົດທີ່ໄດ້ຮັບ
ຫຼຽນກຽດຕິຄຸນລະດັບຊາດຂັ້ນ Chevalier