ສຶກສາຢູ່ປະເທດຝຣັ່ງ [fr]

ເປັນຫຍັງຈຶ່ງຕ້ອງໄປສຶກສາຕໍ່ຢູ່ປະເທດຝຣັ່ງ?

ໃນແຕ່ລະປີ, ມີນັກສຶກສາຕ່າງປະເທດ ຫຼາຍກວ່າ 325 000 ຄົນ ເລືອກໄປສຶກສາຕໍ່ຢູ່ປະເທດຝຣັ່ງ, ເຮັດໃຫ້ປະເທດຝຣັ່ງຖືກຈັດເປັນ ປະເທດທີ່ມີນັກສຶກສາຕ່າງປະເທດເຂົ້າໄປສຶກສາຫຼາຍ ອັນດັບ 4 ຂອງໂລກ. ປະເທດຝຣັ່ງມີຊື່ສຽງດ້ານຄຸນນະພາບການສຶກສາທີ່ດີເລີດ ກໍ່ຍ້ອນມີເຄືອຂ່າຍການສຶກສາແຫ່ງຊາດ ຫຼາຍກວ່າ 3 500 ສະຖາບັນການສຶກສາລະດັບສູງ ຂອງລັດ ແລະ ເອກະຊົນ (ມະຫາວິທະຍາໄລ, ໂຮງຮຽນການຄ້າ, ໂຮງຮຽນວິສະວະກຳສາດ, ໂຮງຮຽນສະຖາປັດ, ໂຮງຮຽນສິນລະປະ ແລະ ອື່ນໆ).

ເຂົ້າເບິ່ງຂໍ້ມູນເພີ່ມຕື່ມ ແລະ ໄປຮູ້ຈັກ 10 ເຫດຜົນທີ່ດີ ທີ່ຕ້ອງໄປສຶກສາຕໍ່ຢູ່ປະເທດຝຣັ່ງ ໄດ້ທາງເວບໄຊ້ສະຖາບັນຝຣັ່ງ ປະຈຳ ລາວ.

JPEG - 125 ko

ຂັ້ນຕອນໃນການໄປສຶກສາຢູ່ປະເທດຝຣັ່ງ

JPEG

ກຳນົດໂຄງການອາຊີບຂອງຕົນ, ຊອກໂຮງຮຽນ ຫຼື ມະຫາວິທະຍາໄລ, ຊອກທຶນການສຶກສາ, ລົງທະບຽນຂໍເຂົ້າຮຽນຢູ່ໂຮງຮຽນ ຫຼື ມະຫາວິທະຍາໄລທີ່ຕົນເລືອກ, ດຳເນີນຂັ້ນຕອນເອກະສານໃນການເດີນທາງ, ການກຽມຄວາມພ້ອມໃນການເດີນທາງ ... ທຸກຂັ້ນຕອນແມ່ນມີຄວາມສຳຄັນ ແລະ ຈຳເປັນ ເພື່ອເຮັດໃຫ້ໂຄງການສຶກສາຕໍ່ຢູ່ປະເທດຝຣັ່ງຂອງຕົນ ກາຍເປັນຈິງ.
ເຂົ້າເບິ່ງຂໍ້ມູນເພີ່ມຕື່ມ ແລະ ໄປຮູ້ຈັກ 10 ຂັ້ນຕອນໃນການໄປສຶກສາຢູ່ປະເທດຝຣັ່ງ ໄດ້ທາງເວບໄຊ້ສະຖາບັນຝຣັ່ງ ປະຈຳ ລາວ.

ຫ້ອງການ Campus France, ກັບການຊ່ວຍເຫຼືອ !

JPEG
ຫ້ອງການ Campus France ຕັ້ງຢູ່ໃນສະຖານບັນຝຣັ່ງ ປະຈຳ ລາວ ເຮັດໜ້າທີ່ :
- ໃຫ້ຂໍ້ມູນຂ່າວສານ ກ່ຽວກັບ ການສຶກສາລະດັບສູງ ຢູ່ ປະເທດຝຣັ່ງ – ເຂົ້າເບິ່ງເວບໄຊ້ Campus France
- ຊ່ວຍ ເລືອກໂຮງຮຽນ ຫຼື ມະຫາວິທະຍາໄລຝຣັ່ງ – ເຂົ້າເບິ່ງແຄັດຕາລັອກກ່ຽວກັບການສຶກສາລະດັບຕ່າງໆ (ຂໍ້ມູນເປັນພາສາຝຣັ່ງ)
- ສະໜອງຂໍ້ມູນ ກ່ຽວກັບ ທຶນການສຶກສາ – ເຂົ້າເບິ່ງ ຂໍ້ມູນກ່ຽວກັບທຶນການສຶກສາປະເພດຕ່າງໆ Campus Bourse (ເປັນພາສາຝຣັ່ງ)
- ຊ່ວຍກຽມຄວາມພ້ອມ ໃນການເດີນທາງ ດ້ວຍການຈັດຝຶກອົບຮົມສະເພາະໃຫ້ – ຕິດຕາມຂໍ້ມູນຂ່າວສານ ແລະ ປະຕິທິນໄດ້ທີ່ Facebook "Campus France Laos"

ຕິດຕໍ່ Campus France Laos

Tea DE ROUGEMONT, ຜູ້ຮັບຜິດຊອບຫ້ອງການ Campus France Laos

ສະຖາບັນຝຣັ່ງ
ຖະໜົນລ້ານຊ້າງ
ຕູ້ ປ.ນ 6572 ນະຄອນຫຼວງວຽງຈັນ

ໂທ : 020 59 04 15 30
campusfrance[at]if-laos.org
Facebook "Campus France Laos"

ດັດແກ້ຄັ້ງຫຼ້າສຸດ 06/12/2021

ກັບໄປດ້ານເທິງ