ຂໍວີຊາໄປປະເທດຝຣັ່ງ

ພະແນກກົງສຸນ ຂອງສະຖານທູດຝຣັ່ງ ປະຈຳ ລາວ ເປັນຜູ້ຮັບ ແລະ ພິຈາລະນາຄຳຮ້ອງຂໍວີຊາ.

ສຳລັບຂໍ້ມູນ, ການກະກຽມ, ການຍື່ນ ແລະ ການຕິດຕາມຄຳຮ້ອງຂໍວີຊາ, ກະລຸນາເຂົ້າໄປທີ່ເວັບໄຊທາງການກ່ຽວກັບການຂໍວີຊາໄປປະເທດຝຣັ່ງ France-visas

France-visas ແມ່ນ ເວັບໄຊດຽວ ທີ່ມີ ຂໍ້ມູນທຸກຢ່າງ ທີ່ຈຳເປັນ ເພື່ອຊ່ວຍທ່ານ ໃນແຕ່ລະຂັ້ນຕອນການຂໍວີຊາ (ການກະກຽມເອກະສານ, ການພິຈາລະນາ, ການຍື່ນ ແລະ ຕິດຕາມຄຳຮ້ອງຂໍວີຊາ).

ການຂໍນັດເພື່ອມາຍື່ນຄຳຮ້ອງຂໍວີຊາ ຈະໄດ້ເປີດຄືນນັບແຕ່ວັນຈັນ ທີ 29 ມີຖຸນາ 2020 ເປັນຕົ້ນໄປ ສຳລັບ ປະເພດບຸກຄົນ ດັ່ງຕໍ່ໄປນີ້ ເທົ່ານັ້ນ :

• ນັກສຶກສາ (ທີ່ຈະໄປຢູ່ໄລຍະສັ້ນ ແລະ ໄລຍະຍາວ) ;
• ຜູ້ທີ່ມີເຫດຜົນຈຳເປັນດ້ານອາຊີບ (ທີ່ຈະໄປຢູ່ໄລຍະສັ້ນ ແລະ ໄລຍະຍາວ) ;
• ຜູ້ທີ່ມີເຫດຜົນຈຳເປັນທາງຄອບຄົວ (ທີ່ຈະໄປຢູ່ໄລຍະຍາວ) ;
• ຜູ້ທີ່ຖືເອກະສານອານຸຍາດພັກເຊົ່າ (ບັດອານຸຍາດພັກເຊົ່າ ຫຼື VLS-TS) ທີ່ໝົດອາຍຸຫຼັງວັນທີ 15 ມີຖຸນາ

ບຸກຄົນຂ້າງເທິງນີ້ ໃນວັນທີ່ເຂົ້າມາຍື່ນເອກະສານຂໍວີຊາ ຕ້ອງໄດ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ເຊັ່ນ : ລ້າງມືດ້ວຍເຈວລ້າງມື ແລະ ວັດອຸນຫະພູມຮ່າງກາຍ ຢູ່ປະຕູທາງເຂົ້າສະຖານທູດ. ຖ້າຫາກອຸນຫະພູມຮ່າງກາຍສູງກວ່າ 38°c ແມ່ນຈະບໍ່ໄດ້ຮັບອານຸຍາດໃຫ້ເຂົ້າພາຍໃນສະຖານທູດ.

ສຳລັບປະເພດບຸກຄົນອື່ນໆທີ່ບໍ່ໄດ້ລະບຸໄວ້ຂ້າງເທິງນີ້ (ໂດຍສະເພາະບຸກຄົນທີ່ຕ້ອງການຂໍວີຊາທ່ອງທ່ຽວໄລຍະສັ້ນ) ແມ່ນໃຫ້ລໍຖ້າກ່ອນ ຈົນກວ່າຈະມີປະກາດໃຫ້ເປີດຮັບຄຳຮ້ອງຂໍວີຊາທຸກປະເພດຄືນເປັນປົກກະຕິ.

ເພື່ອປະກອບເອກະສານຂໍວີຊາໃຫ້ຄົບຖ້ວນສາກ່ອນ, ໃນຂັ້ນຕອນທີສອງ ຈື່ງມາຍື່ນເອກະສານຂໍວີຊາຢູ່ສະຖານທູດຝຣັ່ງ ປະຈຳ ລາວ.
ກາລຸນາເຂົ້າເບິ່ງລະບຽບການໃໝ່ກ່ຽວກັບການຂໍນັດເຂົ້າຍື່ນຄຳຮ້ອງຂໍວີຊາ

ຂັ້ນຕອນການຂໍວີຊາ

ທ່ານຕ້ອງການວີຊາແມ່ນບໍ່ ?

PNG ຍ້ອນມີ ຕົວຊ່ວຍໃນການຂໍວີຊາ, ເວັບໄຊFrance-visas ຈະຊ່ວຍທ່ານກຳນົດປະເພດຂອງວີຊາທີ່ທ່ານຕ້ອງການ ໂດຍອີງຕາມແຕ່ລະກໍລະນີ. ເວບໄຊດັ່ງກ່າວ ຍັງໄດ້ລະບຸລາຍການເອກະສານຢັ້ງຢືນຕ່າງໆທີ່ຈະຕ້ອງໄດ້ປະກອບໃສ່ຄຳຮ້ອງຂໍວີຊາ ພ້ອມທັງລະບຸຄ່າທຳນຽມວີຊາ.

ຕື່ມຄຳຮ້ອງຂໍວີຊາທາງອອນລາຍ.

PNG ພາຍຫຼັງທີ່ທ່ານໄດ້ກວດກາເບິ່ງແລ້ວ ແລະ ທ່ານຕ້ອງການຂໍວີຊາ, ທ່ານສາມາດຕື່ມ ຄຳຮ້ອງຂໍວີຊາທາງອອນລາຍ. ລະບົບຈະສັ່ງໃຫ້ທ່ານສ້າງບັນຊີ ແລະ ຈະຊ່ວຍທ່ານດຳເນີນການຂໍວີຊາແຕ່ຂັ້ນຕອນທຳອິດຈົນຮອດຂັ້ນຕອນສຸດທ້າຍ.

ຍື່ນເອກະສານທີ່ພະແນກວີຊາ.

PNG ພາຍຫຼັງທີ່ທ່ານໄດ້ຕື່ມຄຳຮ້ອງຂໍວີຊາທາງອອນລາຍເປັນທີ່ຮຽບຮ້ອຍແລ້ວ, ທ່ານກໍ່ພຽງແຕ່ໄປຍື່ນເອກະສານທີ່ພະແນກວີຊາ ຂອງສະຖານທູດຝຣັ່ງ ປະຈຳ ລາວ. ເວບໄຊ France-visas ສະໜອງຂໍ້ມູນທຸກຢ່າງທີ່ຈຳເປັນ ເພື່ອໃຫ້ທ່ານໄດ້ຮູ້ວ່າ ພົວພັນໃຜ ແລະ ຍື່ນຄຳຮ້ອງຂໍວີຊາແນວໃດ.

ຕິດຕາມຄຳຮ້ອງຂໍວີຊາ.

PNG ພາຍຫຼັງທີ່ໄດ້ຍື່ນເອກະສານຂໍວີຊາແລ້ວ, ກົດເຂົ້າຕິດຕາມຄວາມຄືບໜ້າຂອງຄຳຮ້ອງຂໍວີຊາ, ທ່ານຈະໄດ້ຮູ້ວ່າ ສາມາດມາເອົາໜັງສືຜ່ານແດນຄືນໄດ້ເວລາໃດ ແລະ ແນວໃດ ແລະ ກຽມຕົວເດີນທາງໄປປະເທດຝຣັ່ງ.

ຄຳເຕືອນ :

ສະຖານທູດຝຣັ່ງ ປະຈຳ ສປປ ລາວ ມີສິດອຳນາດພິຈາລະນາອອກວີຊາໄລຍະສັ້ນ ສຳລັບເດີນທາງເຂົ້າປະເທດດັ່ງຕໍ່ໄປນີ້ : ຝຣັ່ງ, ສະວິດ, ໂຮນລັງ (ເນເທີແລນ), ແບນຊິກ, ສາທາລະນະລັດເຊັກ, ລຸກຊຳບວກ, ຊູແອດ, ແອັດສະໂຕນີ, ລັດເວຍ, ມານຕາ ແລະ ສະໂລເວນີ.

ຢູ່ ສປປ ລາວ ຈະມີແຕ່ສະຖານທູດຝຣັ່ງ ແລະ ສະຖານທູດເຢຍລະມັນ ເທົ່ານັ້ນ ທີ່ມີສິດອຳນາດພິຈາລະນາອອກວີຊາເຊັງເກນ.

ໂດຍອີງຕາມປະເທດຂອງທ່ານ ແລະ ໄລຍະທີ່ຈະເດີນທາງ, ແມ່ນມີກຳນົດເວລາໃນການຂໍນັດ ແລະ ກຳນົດເວລາໃນການພິຈາລະນາຄຳຮ້ອງຂໍວີຊາຂອງທ່ານ.

ດັ່ງນັ້ນ, ຂໍຮຽກຮ້ອງໃຫ້ທ່ານຈົ່ງ ຂຶ້ນແຜນກຳນົດເວລາດຳເນີນການຂໍວີຊາລ່ວງໜ້າ ໂດຍອີງໃສ່ກຳນົດວັນເດີນທາງ.

ມື້ນັດມາຍື່ນຄຳຮ້ອງຂໍວີຊາ, ມີແຕ່ຜຸ້ຮ້ອງຂໍວີຊາເທົ່ານັ້ນ ທີ່ຈະໄດ້ຮັບອານຸຍາດເຂົ້າໃນສະຖານທູດ ຜູ້ທີ່ມານຳຕ້ອງໄດ້ລໍຖ້າຢູ່ນອກ ຍົກເວັ້ນກໍລະນີທີ່ຜູ້ຮ້ອງຂໍວີຊາຫາກມີອາຍຸບໍ່ເຖິງ 18 ປີ ຫຼື ບໍ່ສາມາດເຄື່ອນໄຫວໄປມາດ້ວຍຕົນເອງ ຈຶ່ງຈະອານຸຍາດໃຫ້ມີຄົນພາເຂົ້າມາຍື່ນຄໍາຮ້ອງຂໍວີຊາ.
ກາລຸນາເຂົ້າເບິ່ງລະບຽບການໃໝ່ກ່ຽວກັບການຂໍນັດເຂົ້າຍື່ນຄຳຮ້ອງຂໍວີຊາ

Dernière modification : 05/10/2023

Haut de page